Select your language

ພວກເຮົາອິນຊີເງິນຕິດປີກບິນ ພາຍໃຕ້ໂຄງການ "ລວມນໍ້າໃຈ ຊ່ວຍຜູ້ປະສົບໄພນໍ້າຖ້ວມ"

ພວກເຮົາອິນຊີເງິນຕິດປີກບິນ

ຂໍເປັນສ່ວນໜື່ງໃນການຊ່ວຍເຫຼືອແບ່ງປັນວັດຖຸປັດໄຈໃຫ້ກັບພໍ່ແມ່ພີ່ນ້ອງທີ່ກຳລັງປະສົບໄພນຳ້ຖ້ວມທີ່ເຂດເມືອງຄູນຄຳ, ແຂວງຄຳມ່ວນ​ ໂດຍໄດ້ຈັດຕັ້ງໂຄງການ "ລວມນໍ້າໃຈ ຊ່ວຍຜູ້ປະສົບໄພນໍ້າຖ້ວມ" ເປີດຮັບບໍລິຈາກເຄື່ອງ ແລະ ສົມທົບທຶນ ສໍາລັບທ່ານຜູ້ມີນໍ້າໃຈຢາກຊ່ວຍເຫຼືອຜູ້ປະສົບໄພໃນຄັ້ງນີ້

 ປະຈຸບັນປະຊາຊົນຍັງຂາດເຂີນປັດໄຈຫຼາຍອັນເຊັ່ນ: ເຂົ້າສານອາຫານແຫ້ງ,​ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ (ສະບູ, ແຟັບ, ຢາສະຫົວ ໆອໆ) ເປັນຕົ້ນ

ພວກເຮົາ ສະຖາບັນການເງີນຈຸລະພາກທີ່ບໍ່ຮັບຝາກອິນຊີ ຈຳກັດ ຂໍຕາງຫນ້າ Insee Group ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງທຸກໆພາກສ່ວນທີ່ໃຫ້ການສະຫນັບສະຫນຸນ ໂຄງການ “ ລວມນຳ້ໃຈ ຊ່ວຍຜູ້ປະສົບໄພນຳ້ຖ້ວມ ” ຢູ່ເຂດເມືອງຄູນຄຳ ແຂວງຄຳມ່ວນ ໃນຄັ້ງວັນທີ 09/08/2023 ຈົນເຮັດໃຫ້ປະສົບຜົນສຳເລັດ ແລະ ພວກເຮົາຂໍເປັນກຳລັງໃຈໃຫ້ປະຊາຊົນເມືອງຄູນຄຳ ຜ່ານພົ້ນອຸປະສັກໃນຄັ້ງນີ້ໄປໄດ້ດ້ວຍດີ

ປະມວນຮູບພາບ ການລົງພື້ນທີ່ຊ່ວຍເຫລືອກັບໂຄງການ " ລວມນຳ້ໃຈ ຊ່ວຍຜູ້ປະສົບໄພນຳ້ຖ້ວມ " ທີ່ເຂດເມືອງຄູນຄຳ ແຂວງຄຳມ່ວນ ໃນຄັ້ງວັນທີ 09/08/2023