Select your language

Image
“ຊາວໜຸ່ມຕ້ອງເປັນດັ່ງນົກອີນຊີທີ່ບໍ່ຫວັນໄຫວຕໍ່ພາຍຸລົມແດງຈົງກາຍເປັນສີໄຊໃນສະໃໝພວກເຮົາ”
ທ່ານ ໄກສອນ ພົມວິຫານ
ອາດີດປະທານປະເທດລາວ
Image
Insee Group ໄດ້ກໍ່ຕັ້ງຂື້ນໂດຍທ່ານ ຈັນດາເລດ ເພັດສີລິແສງ ຜູ້ມີຄວາມເຫຼື້ອມໃສໃນ ປະທານ ໄກສອນ ພົມວິຫານ ອາດີດປະທານປະເທດ ຊຶ່ງທ່ານໄດ້ກ່າວໄວ້ວ່າ
“ຊາວໜຸ່ມຕ້ອງເປັນດັ່ງນົກອີນຊີທີ່ບໍ່ຫວັນໄຫວຕໍ່ພາຍຸລົມແດງຈົງກາຍເປັນສີໄຊໃນສະໃໝພວກເຮົາ” ໂດຍທາງ ບໍລິສັດ ອີນຊີກຣຸບ ຈື່ງໄດ້ຍຶດຖື ແລະ ຍຶດໝັ້ນເອົາຄຳກ່າວຂອງ ທ່ານໄກສອນ ເປັນແນວທາງໃນການດໍາເນີນທຸລະກິດຕະຫຼອດມາຕັ້ງແຕ່ເລີ່ມກໍ່ຕັ້ງບໍລິສັດຈົນຮອດປັນຈຸບັນ ເຊີ່ງໄດ້ແຕ່ຂະແໜງອອກເປັນບໍລິສັດໃນເຄືອທີ່ເຮັດທຸລະກິດຕ່າງໆ ຫຼາກຫຼາຍເລີ່ມຕົ້ນໂດຍ ບໍລິສັດ ອີນຊີເທຣດດິ້ງ ຕົວແທນຈໍາໜ່າຍຫວຍພັດທະນາ ນະຄອນຫຼວງ ໝາຍເລກ 3 ແລະ ໄດ້ສ້າງຕັ້ງອີກ 9 ບໍລິສັດຄື: ບໍລິສັດ ອີນຊີປະກັນຊີວິດ , ບໍລິສັດ ອີນຊີເອັກສ໌ເພຣສ໌ , ບໍລິສັດ ອີນຊີໂລຈິດຕິກ , ບໍລິສັດ ອີນຊີການຄ້າ , ບໍລິສັດ ເອັມພີກໍ້ສ້າງ , ບໍລິສັດ ເອັບພີໂອໂຕ໋ , ບໍລິສັດ ໄອທີ ເອັກສ໌ເລັນທ໌, ບໍລິສັດ ອອນຊອນ, ບໍລິສັດ  ອິນຊີ ພຣັອບເພີທີ.

ໃນປະຈຸບັນ Insee Group ມີຄວາມຊຳນານ ແລະ ປະສົບການຫຼາຍກວ່າ 20 ປີ ເຮັດໃຫ້ເຫັນໂອກາດໃນການດຳເນີນທຸລະກິດ ແລະ ຂະຫຍາຍທຸລະກິດຕັ້ງແຕ່ອາດິດຈົນຮອດປະຈຸບັນ ກ້າວຂື້ນສູ່ການເປັນກຸ່ມທຸລະກິດຊັ້ນນໍາໃນ ສປປ ລາວ ແລະ ເປັນກຸ່ມທຸລະກິດທີ່ດຳເນີນທຸລະກິດເພື່ອຕອບສະໜອງຄວາມຕ້ອງການຂອງຄົນລາວໃນດ້ານຕ່າງໆໄດ້ຄົບຖ້ວນ ພ້ອມທີ່ຈະນຳຄວາມຕ້ອງການຂອງລູກຄ້າ ແລະ ຄູ່ຮ່ວມທາງທຸລະກິດມາປັບປຸງປ່ຽນແປງທາງດ້ານທຸລະກິດ ເພື່ອເຮັດໃຫ້ທຸລະກິດຕ່າງໆຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ເຕີບໂຕຢ່າງໝັ້ນຄົງ.

ປະຫວັດຍໍ່ຂອງ ທ່ານ ຈັນດາເລດ ເພັດສີວິແສງ

  • ທ່ານ ຈັນດາເລດ ເພັດສີລິແສງ ຜູ້ກໍ່ຕັ້ງບໍລິສັດ ອີນຊີກຣຸບ ເກີດເມື່ອ ປີ ຄສ 1952 ເສຍຊີວິດ ປີ ຄສ 2017
  • ປີ 1977 ທ່ານໄດ້ຈົບການສືກສາທີ່ ປະເທດຝຣັ່ງ ສາຂາກົດໝາຍລະຫວ່າງປະເທດ ແລະ ໃນປີດຽງກັນທ່ານໄດ້ເຂົ້າຮັບລາດສະການຢູ່ ກະຊວງການຄ້າ
  • ປີ 1987 ທ່ານໄດ້ດໍາລົງຕໍາແໜ່ງ ຫົວໜ້າກົມການຄ້າ
  • ປີ 1988 ເລີ່ມທຸລະກິດຕົນເອງ ແລະ ເປັນທີ່ປືກສາໃຫ້ແກ່ບັນດາບໍລິສັດຕ່າງໆ
  • ປີ 1990 ເປັນທີ່ປືກສາ ແລະ ເປັນອໍານວຍການ ບໍລິສັດ ລາວທີມເບີ່ ຂອງປະເທດມາເລເຊຍ ແລະຍັງເປັນທີ່ປືກສາຂອງຫຼາຍບໍລິສັດເລື້ອຍມາ
  • ປີ 2003 ໄດ້ສ້າງຕັ້ງ ບໍລິສັດ ອີນຊີເທຣດດິ້ງ ໂຕແທນຈໍາໜ່າຍຫວຍພັດທະນາ ນະຄອນຫຼວງ ໝາຍເລກ 3 ແລະ ໄດ້ສ້າງຕັ້ງອີກ 9 ບໍລິສັດຄື: ບໍລິສັດ ອີນຊີປະກັນຊີວິດ , ບໍລິສັດ ອີນຊີເອັກສ໌ເພຣສ໌ , ບໍລິສັດ ອີນຊີໂລຈິດຕິກ , ບໍລິສັດ ອີນຊີການຄ້າ , ບໍລິສັດ ເອັມພີກໍ້ສ້າງ , ບໍລິສັດ ເອັບພີໂອໂຕ໋ , ບໍລິສັດ ໄອທີ ເອັກສ໌ເລັນທ໌ , ບໍລິສັດ ອອນຊອນ , ບໍລິສັດ  ອິນຊີ ພຣັອບເພີທີ