Select your language

Insee Resident

INSEE Residence

INSEE Residence ເລິ່ມກໍ່ຕັ້ງຈາກຊື່ Insee Properties ຖືເປັນໜື່ງໃນບໍລິການທີ່ສຳຄັນຂອງທາງອິນຊີກຸບ ເລິ່ມຕົ້ນໃນປີ 1989 ເມື່ອ ທ່ານ ດາລີ ເພັດສິລິແສງ ຜູ້ກໍ່ຕັ້ງບໍລິສັດ ມີຄວາມຄິດທີ່ຈະເປິດອະສັງຫາລິມະຊັບແຫ່ງແລກຂອງກຸ່ມ ນັ້ນຄື Villa That Luang Guest House & Restaurant ທ່ານ ຈັນດາເລດ ເພັດສິລິແສງ ເຂົ້າໃຈຢ່າງໄວເຖິງຄວາມຈຳເປັນໃນການນຳສະເໜີທີ່ພັກ ແລະ ບໍລິການຈັດລ້ຽງທີ່ມີຄຸນນະພາບສຳລັບລູກຄ້າທີ່ແຕກຕ່າງກັນໃນລາວ
ຕໍ່ຈາກນັ້ນ Insee Properties ໄດ້ເປິດໂຕ Vangvieng Eco Lodge ໃນປີ 2003 ເພື່ອຂະຫຍາຍຂອບເຂດວິໄສທັດ ແລະ ການດຳເນິນການເຮັດທຸລະກິດໃນສ່ວນນີ້
ໃນປີ 2004 ອິນຊີກຸບໄດ້ຮ່ວມມືທາງທຸລະກິດກັບບໍລິສັດ Exotissimo Travel ເຮັດການເປິດໂຕທີ່ພັກ Kamu Lodge ທີ່ບ້ານ Gnoihai ແຂວງອຸດົມໄຊ
ຕັ້ງແຕ່ປີ 2005 ກຸ່ມອິນຊີຍັງໃຫ້ບໍລິການທີ່ພັກປະເພດວິນລາ ແລະ ໃນປີ 2006 Villa Lao Hotel ໄດ້ເປິດໃຫ້ບໍລິການ ໂດຍສະຖານທີ່ແຫ່ງນີ້ເປັນສະຖານທີ່ສຳຄັນແຫ່ງຄວາມທົງຈຳສຸດພິເສດສຳລັບສະມາຊິກໃນຄອບຄົວເພັດສິລິແສງ ເພາະເປັນບ້ານທີ່ຊີອີໂອ ແລະ ຈີເອັມ ຄົນປະຈຸບັນຂອງເຮົາ ທ່ານ ມະໂນທຳ ແລະ ທ່ານ ປາລິມາ ເພັດສິລິເພັດ ເກີດ

ຈາກນັ້ນໃນປີ 2008 Villas Serviced Apartments  ໄດ້ຖືກເປິດໂຕຂື້ນຢ່າງເຕັມຮູບແບບ ໂດຍເລີ່ມຈາກ Sithane Guest House  ແລະ ຕາມດ້ວຍ Haysok Guest House in ໃນປີ 2010 ແລະ Beungkhagnong Villas ໃນປີ 2015 ຕາມລຳດັບ ນັບເປັນ Villas Serviced Apartments ທີ່ເປັນທີ່ນິຍົມ ແລະ ປະສົບຄວາມສຳເລັດໃນຍຸກນັ້ນ ແລະ ຈົນເຖິງໃນປັດຈຸບັນ

Image
INSEE RESIDENCE ຊື່່ງເປັນ Full Services Residence ລ່າສຸດຂອງບໍລິສັດ ເປິດໃຫ້ບໍລິການຕັ້ງແຕ່ປາຍປີ 2018 ແລະ ເປັນທຸລະກິດດ້ານ Full Services Residenceທີ່ປະສົບຄວາມສຳເລັດ ແລະ ສ້າງຊື່ສຽງໃຫ້ແກ່ບໍລິສັດເປັນຢ່າງຍິງ ດ້ວຍໂຕອາຄານສູງ 9 ຊັ້ນພ້ອມດ້ວຍອາພາດເມັນຫຼູຫຼາ 26 ຫ້ອງ ຕັ້ງຢູ່ໃນເຂດທຸລະກິດນະຄອນຫຼວງວຽງຈັນ ເປັນທີ່ຈັບຕາເບິ່ງ ແລະ ເປັນທີ່ຕ້ອງການຂອງນັກທ່ອງທ່ຽວ ນັກທຸລະກິດ ແລະ ບຸກຄະລາກອນທົ່ວໄປຕ້ອງການເຂົ້າພັກໃນຮູບແບບ Full Services Residence ເປັນຈຳນວນຫຼາຍ ອີກທັ້ງ Full Services Residence ນີ້ມີຄວາມປອດໄພ ແລະ ສະດວກສະບາຍເພາະຕັ້ງຢູ່ໃຈກາງເມືອງໃນເຂດທຸລະກິດ ນະຄອນຫຼວງວຽງຈັນ
ນັບຕັ້ງແຕ່ປີ 1989 ຈົນປັດຈຸບັນ ອິນຊີກຸບນັບວ່າເປັນຜູ້ບຸກເບິກທຸລະກິດທາງດ້ານທີ່ພັກອາໄສ ອະສັງຫາລິມະຊັບ ແລະ ການພັດທະນາທຸລະກິດປະເພດນີ້ ໂດຍເປັນທັງຜູ້ບຸກເບິກ ພັດທະນາ ປັບປ່ຽນທຸລະກິດປະເພດນີ້ໃຫ້ທັນສະໄໝແຕ່ຍັງຄົງເອກກະລັກຂອງຄວາມຮູ້ສືກທີ່ອົບອຸ່ນເຫມືອນໄດ້ຮັບບໍລິການຈາກຄົນໃນຄອບຄົວ ໂດຍສ່ວນໃຫຍ່ອິນຊີກຸບເນັ້ນຂະຫຍາຍທຸລະກິດດ້ານທີ່ພັກອາໄສ ອະສັງຫາລິມະຊັບໃນເຂດພື້ນທີ່ໃກ້ຄຽງກັນໃນນະຄອນຫຼວງວຽງຈັນ ປັດຈຸບັນນີ້ອິນຊີກຸບຍັງເປັນເຈົ້າຂອງທີ່ດິນຫຼາຍແຫ່ງໃນວຽງຈັນ ຫຼັງຈາກທີ່ໄດ້ເປິດບໍລິການ Service Apartment ໃນເຂດໃໝ່ທັ້ງ 2 ແຫ່ງ ບ້ານ ຄູວຽງ ແລະ ໂພນສີນວນ
ປັດຈຸບັນໄດ້ປ່ຽນຊື່ຈາກ Insee Properties ເປັນ Insee Residence ຊື່ງນັບໄດ້ວ່າເປັນທຸລະກິດທີ່ໃຫ້ບໍລິການ ອາພາດເມັ້ນຊັ້ນນຳໃນວຽງຈັນ ທີ່ມີການໃຫ້ບໍລິການທີ່ໂດດເດັ່ນ ແລະ ເປັນອີກໜື່ງທຸລະກິດໃນເຄືອອິນຊີກຸບ ທີ່ປະສົບຄວາມສຳເລັດໃນທຸກໆດ້ານ Insee Residnce ປະກອບທຸລະກິດໂດຍເນັ້ນບໍລິການທີ່ພັກແບບບໍລິການຄົບວົງຈອນທີ່ມີຄວາມຫຼາກຫຼາຍເໝາະກັບ Lifestyles ຂອງລູກຄ້າແຕ່ລະກຸ່ມ ບໍ່ວ່າຈະເປັນຫ້ອງພັກແບບ Service Apartment. Villa ແລະ Resort ທັ້ງທີ່ຕັ້ງຢູ່ໃນເຂດນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໂດຍມຸ່ງເນັ້ນບໍລິການແບບເປັນກັນເອງ ການຕ້ອນຮັບ ແລະ ສ້າງຄວາມສຸກໃຫ້ກັບລູກຄ້າດ້ວຍການມອບປະສົບການທີ່ນ່າຈົດຈຳພາຍໃນບ້ານສຸດຫຼູເມື່ອຢູ່ໄກບ້ານ ພ້ອມເຄື່ອງອຳນວຍຄວາມສະດວກໃນການຢູ່ອາໄສແບບຫຼາກຫຼາຍ ຂື້ນຢູ່ກັບ Lifestyles ຂອງລູກຄ້າ ບໍ່ວ່າຈະເປັນການອາໄສຢູ່ໃຈກາງເມືອງເພື່ອຄວາມສະດວກສະບາຍໃນການທ່ອງທ່ຽວ ຫຼື ເຂດທີ່ງຽບສະງົບເໝາະແກ່ການພັກຜ່ອນ ຫຼື ແມ້ແຕ່ການພັກຜ່ອນແບບເປັນສ່ວນຕົວພ້ອມບໍລິການຄົບວົງຈອນມາດຕະຖານໂຮງແຮມ ທາງ Insee Residence ມີບໍລິການທີ່ພັກທີ່ຫຼາກຫຼາຍຕາມຄວາມຕ້ອງການຂອງລູກຄ້າ ເພື່ອໃຫ້ລູກຄ້າປະທັບໃຈໃນການພັກອາໄສ

ອິນຊີລິສິເດັນສ໌

ຖະໜົນ 23 ສິງຫາ
ບ້ານ ໜອງບອນ ເມືອງ ໄຊເສດຖາ
ແຂວງ ນະຄອນຫລວງວຽງຈັນ ສປປ ລາວ

Image
Image

ບ້ານ ຫາຍໂສກ

ຖະໜົນ ສາມແສນໄທ
ເມືອງ ຈັນທະບູລີ
ແຂວງ ນະຄອນຫລວງວຽງຈັນ ສປປ ລາວ

ບ້ານ ສີຖານ

ຖະໜົນ ສີຖານ,
ເມືອງສີໂຄດຕະບອງ,
ແຂວງກຳແພງນະຄອນວຽງຈັນສປປ ລາວ

Image
Image

ບ້ານ ບຶງຂະຫຍອງ

ຖະໜົນ ທ່າເດື່ອ
ເມືອງ ສີສັດຕະນາກ
ແຂວງ ກຳກຳແພງນະຄອນວຽງຈັນ ສປປ ລາວ

Insee Resident

ອິນຊີລິສິເດັນສ໌


Image
Image
Image
Image

ບ້ານ ຫາຍໂສກ


Image
Image
Image
Image

ບ້ານ ສີຖານ


Image
Image
Image
Image

ບ້ານ ບຶງຂະຫຍອງ


Image
Image
Image
Image