Select your language

ຫວຍອິນຊີ

Image
ໃນປັດຈຸບັດນີ້ ທາງບໍລິສັດໄດ້ເປັນໂຕແທນຈໍາໜ່າຍຫວຍດິຈິຕອລ ເລກ 1,2,3,4,5,6 ໂຕ ມີສາຂາຄອບຄຸມທົ່ວປະເທດລາວ ລູກຄ້າໃຫ້ຄວາມໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນໃນຫວຍອີນຊີທີ່ວ່າມີຄວາມໂປ່ງໃສ ຖືກລາງວັນແລ້ວໄດ້ເງີນໄວ ລວມທັງມີຊ່ອງທາງການຈຳໜ່າຍທີ່ຄອບຄຸມທົ່ວປະເທດລາວທັ້ງການຊື້ເລກຜ່ານເຄື່ອງຂາຍເລກອັດຕະໂນມັດ ແລະ ການຊື້ຜ່ານ Mobile App ເຊີ່ງເປັນນະວັດຕະກໍາໃໝ່ທີ່ອໍານວຍຄວາມສະດວກໃຫ້ແກ່ລູກຄ້າ ລູກຄ້າສາມາດຄົ້ນຫາເລກທີ່ຕ້ອງການ ແລະ ສາມາດສຸ່ມເລກທີ່ຕ້ອງການຈະຊື້ໄດ້ດ້ວຍໂຕເອງ ສະດວກໃນການຊຳລະເງີນຜ່ານທະນາຄານຕ່າງໆທີ່ຫຼາກຫຼາຍ ຕອບໂຈດການໃຊ້ຊີວິດຍຸກດິຈິຕອລ ຊ່ວຍຫຼຸດຄວາມສ້ຽງຈາກການໃຊ້ເງີນສົດ ບັນທຶກຂໍມູນໃບບີນທີ່ຊື້ໄວ້ໃນແອບເປັນຫຼັກຖານ ບໍ່ຕ້ອງກັງວົນ ຖ້າຫາກບີນເສຍ ຫຼືການຮຽກຮ້ອງສິດໃນໂຕບີນມີລະບົບກວດສອບລາງວັນ ແລະ ແອບແຈ້ງເຕືອນອັດຕະໂນມັດ ການຊື້ເລກຜ່ານສາຂາຫວຍອີນຊີ ແລະ Mobile App ເຊື່ອຖືໄດ້ ເພາະເປັນໂຕແທນຢ່າງເປັນທາງການຈາກຫວຍໝາຍເລກ 3 ຂອງລັດທະບານລາວ ສາມາດຮັບເງີນລາງວັນໄດ້ຈາກສາຂາທີ່ມີຢູ່ທົ່ວປະເທດ ແລະ ໄດ້ຮັບເງີນລາງວັນເຂົ້າບັນຊີໂດຍອັດຕະໂນມັດເມື່ອຊື້ຜ່ານ Mobile App ຍັງຄວາມສະດວກ ວ້ອງໄວ ໃຫ້ແກ່ລູກຄ້າເປັນຢ່າງຢີ່ງ ເຮັດໃຫ້ເປັນທີ່ໄວ້ວາງໃຈຈາກລູກຄ້າມາດົນຫຼາຍກວ່າ 20 ປີ.
ຕະຫຼອດເວລາກວ່າ 20 ປີທີ່ທາງບໍລິສັດໄດ້ເປັນໂຕແທນຈຳໜ່າຍຫວຍດິຈິຕອລໝາຍເລກ 3 ທາງບໍລິສັດໄດ້ດຳເນີນທຸລະກິດດ້ວຍຄວາມໂປ່ງໃສ ປະຕິບັດຕາມກົດລະບຽບຂອງລັດທະບານໃນແງ້ມຸມຕ່າງໆ ບໍ່ວ່າຈະເປັນໃນສ່ວນຂອງພາສີອາກອນຕ່າງໆທັງ ອາກອນ ມູນຄ່າເພີ່ມ ອາກອນກຳໄລ, ອາກອນເງິນເດືອນ, ອາກອນລາຍໄດ້ຂອງຫົວໜ້າໜ່ວຍ, ຜູ້ຂາຍ ແລະ ອາກອນຜູ້ໂຊກດີຖືກ ແລະ ລາຍໄດ້ສ່ວນໜື່ງໄດ້ນຳໄປຊ່ວຍເຫຼືອ ແລະ ພັດທະນາສັງຄົມຢ່າງຕໍ່ເນື່ອງ ທັງໃນໂອກາດຕ່າງໆ ແລະ ມື້ສຳຄັນຕ່າງໆ ຂອງຊາດ
ເປີດດຳເນີນການໃນປີ 2003 ດຳເນີນງານໃນການເປັນ ຕົວແທນຈໍາໜ່າຍຫວຍພັດທະນາ ປະຈໍານະຄອນຫຼວງວຽງຈັນ ເລກ  ໄດ້ຮັບອະນຸຍາດ ຈາກກະຊວງການເງິນ ກໍ່ຄື ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ເລີ່ມຈໍາໜ່າຍ ຫວຍແບບຈົດຂາຍ ອອກທຸກໆ ວັນພະຫັດ ນັບແຕ່ ໃນວັນທີ 17/07/2003 ເປັນຕົ້ນມາ
ບໍລິສັດ ອິນຊີເທຣດດິ້ງ ຈໍາກັດຜູ້ດຽວ ໄດ້ຮັບອະນຸຍາດສ້າງຕັ້ງຂື້ນ ຈາກກະຊວງ ອຸດສາຫະກໍາ ແລະ ການຄ້າ ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ ອອກໃບທະບຽນວິສາຫະກິດ ສະບັບເລກທີ : 0609/ຫຈທ ໃນວັນທີ : 29/01/2009. ມີທຶນຈົດທະບຽນທັງໜົດ : 928,650,000 ກີບ ມີສຳນັກງານໃຫ່ຍຕັ້ງຢູ່ ບ້ານໜອງບອນ ເມືອງ ໄຊເຊດຖາ ນະຄອນຫຼວງວຽງຈັນ. ໄດ້ຮັບໃບຢັ້ງຢືນການມອບເລກປະຈໍາຕົວຜູ້ເສຍອາກອນ ສະບັບເລກທີ : 1306/ກສອ ລົງວັນທີ : 26/02/2010. ໂດຍມີປະຫວັດຄວາມເປັນມາໃນການປະກອບທຸລະກິດດັ່ງຕໍ່ໄປນີ້

ປະຫວັດຄວາມເປັນມາ

  • 17/7/2003 ເລີ່ມຈໍາໜ່າຍຫວຍແບບຈົດຂາຍນັບ ອອກທຸກວັນພະຫັດ ເປັນຕົ້ນມາ.
  • ປີ 2004 - 2005 ໄດ້ມີຜະລິດຕະພັນໃໜ່ອອກຈໍາໜ່າຍຄື : ຫວຍຂູດ ແລະ ຈໍາໜ່າຍໃບຫວຍ ສາຍພິເສດ ເລກ 5ໂຕ ເນື່ອງໃນວັນສ້າງຕັ້ງ ໜັງສືພິມປະຊາຊົນ, ແລະ ໃນງານບຸນມະນັດສະການພະທາດຫຼວງປະຈຳປິ.
  • ປີ 2006 ໄດ້ຈໍາໜ່າຍໃບຫວຍສາຍພິເສດເລກ 5ໂຕ ຊ່ວຍເຫຼືອ ສະມາຄົມ ຄົນພິການ.
  • ປີ 2007 ໄດ້ຈໍາໜ່າຍຫວຍ 4ໂຕ ເພີ້ມໂຊກ ແລະ ໄດ້ຈໍາໜ່າຍໃບຫວຍສາຍພິເສດ ເລກ 5 ໂຕ ໃຫ້ສູນກາງຊາວໜຸ່ມເພື່ອຊຸກຍູ້ ຈັດຊື້ອຸປະກອນ ການຝຶກວິຊາຊີບ ໃຫ້ແກ່ສູນຊາວໜຸ່ມ.
  • ປີ 2008 ໄດ້ມີຜະລິດຕະພັນຫວຍໂລໂຕ 5/32 ອອກຈໍາໜ່າຍທ້າຍປີ.
  • ປີ 2009 ໄດ້ຈໍາໜ່າຍຫວຍສາຍພິເສດເລກ 5 ໂຕ ຊຸກຍູ້ກິລາຊີເກມຄັ້ງທີ 25 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບ.
  • ປີ 2010ໄດ້ຈຳໜ່າຍໃບຫວຍສາຍພິເສດເລກ5ໂຕເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ.
  • ທ້າຍປີ 2011 ໄດ້ມີຜະລິດຕະພັນໃໜ່ເກີດຂື້ນໂດຍນໍາເທັກໂນໂລຢີເຂົ້າມາໃຊ້ຄື ຫວຍດີຈີຕ້ອນ ເລກ 2 ໂຕ 3 ໂຕ ອອກຈໍາໜ່າຍ ໃນວັນທີ 21/10/2011 ແລະ ເລີ່ມຈໍາໜ່າຍໄປໃນທົ່ວປະເທດ ແລະ ຂະຫຍາຍໄປຍັງບັນດາເມືອງຕ່າງໆ.
  • ປີ 2012 – 2013 -2014 ຈໍາໜ່າຍຫວຍດີຈີຕ້ອນຕາມປົກກະຕິ.

  • ທ້າຍ ປີ 2015 ໄດ້ຮັບອະນຸຍາດໃຫ້ຈໍາໜ່າຍຫວຍລະດົມທຶນເຊີ່ງເລີ່ມແຕ່ວັນທີ 04/11/2015 ອອກທຸກວັນພຸດ ອາທິດທີ່ 1 ແລະ ອາທິດ ທີ 3 ຂອງເດືອນ. (ການຈໍາໜ່າຍຫວຍແມ່ນໄດ້ປ່ຽນມາອອກທຸກ ວັນຈັນ ວັນພຸດ ແລະ ວັນສຸກ )
  • ປີ 2015 ໄດ້ຈໍາໜ່າຍຫວຍຕໍາລາຝັນ ເລີ່ມແຕ່ວັນທີ 3/02/2015 ( ມາຮອດເດືອນ 10 ປີ 2015 ໄດ້ຢຸດຈໍາໜ່າຍຫວຍຕໍາລາຝັນ )
  • ປີ 2016 ໄດ້ຢຸດການຈໍາໜ່າຍເລກ ເລກ 5 ໂຕ ນັບແຕ່ ເດືອນ 1 ປີ 2016 ເປັນຕົ້ນໄປ.
  • 01/04/2016 ໄດ້ຢຸດຈໍາໜ່າຍຫວຍແບບຈົດຂາຍ.
  • ເດືອນ 11 ປີ 2016 ໄດ້ຢຸດການຈໍາໜ່າຍຫວຍລະດົມທຶນ.
  • ປີ 2017 - ໄດ້ຈໍາໜ່າຍຫວຍດີຈິຕ້ອນເລກ  2 ໂຕ 3 ໂຕ ຕາມປົກກະຕິ
  • ປີ 2019 ໄດ້ຈຳໜ່າຍຫວຍດີຈິຕ້ອນເລກ 1 ໂຕທ້າຍ, 4 ໂຕ ແລະ 5 ໂຕ ອອກຈຳໜ່າຍ ໃນວັນທີ 13/11/2019.
  • ປີ 2021 ໄດ້ຈຳໜ່າຍຫວຍດີຈິຕ້ອນເລກ 6 ໂຕ ອອກຈຳໜ່າຍ ໃນວັນທີ 16/8/2021 ຈົນຮອດປະຈຸບັນ.
  • ປີ 2022 ປັດຈຸບັນ ພັດທະນາແລະຈຳໜ່າຍຫວຍດິຈິຕອລໃນ Mobile Application
Image

ຊ່ອງທາງການຈຳໜ່າຍ


1.ຈຳໜ່າຍຜ່ານເຄື່ອງຂາຍຫວຍ

ແມ່ນ ການຊື້ຫວຍຜ່ານຜູ້ຈຳໜ່າຍຫວຍທົ່ວໄປ ທີ່ນັ່ງຂາຍຕາມສະຖານທີ່ຕ່າງໆ ເມື່ອຊື້ແລ້ວຜູ້ຊື້ຈະໄດ້ຮັບບິນຫວຍຈາກຜູ້ຂາຍທັນທີ ແລະ ເມື່ອຖືກລາງວັນກໍ່ສາມາດນຳເອົາບິນທີ່ໄດ້ຈາກການຊື້ຫວຍມາຂຶ້ນເງິນລາງວັນກັບຕົວແທນຈຳໜ່າຍ ຫຼື ເອີ້ນອີກຢ່າງໜຶ່ງວ່າຫົວໜ້າໜ່ວຍຕາມສະຖານທີ່ໃກ້ບ້ານທ່ານ ຫຼື ໃນຂອບເຂດທົ່ວປະເທດໄດ້ເລີຍ.

2. ຈຳໜ່າຍຫວຍຜ່ານ APPLICATION

ເປັນບໍລິການຊື້ຫວຍພັດທະນາລາວ ໃນຮູບແບບອອນລາຍສຳລັບຜູ້ໃຊ້ແອັບ ໂດຍບໍ່ຕ້ອງຊື້ຫວຍຜ່ານຄົນຂາຍ ສາມາດຊື້ເອງໄດ້ເລີຍແລ້ວຊຳລະເງິນຜ່ານລະບົບ ດ້ວຍບັນຊີທະນາຄານ ແລະ ເມື່ອຖືກລາງວັນລະບົບກໍ່ຈະໂອນເງິນລາງວັນເຂົ້າບັນຊີທີ່ໃຊ້ຊຳລະແບບອັດຕະໂນມັດ
Image

ລາຍລະອຽດເງິນລາງວັນ

  • ເລກ 1 ໂຕທ້າຍ ຊື້ຖືກ 1000 ກີບ ໄດ້ຮັບເງິນສົດ 5,000 ກີບ.
  • ເລກ 2 ໂຕ ຊື້ຖືກ 1000 ກີບ ໄດ້ຮັບເງິນສົດ 60,000 ກີບ.
  • ເລກ 3 ໂຕ ຊື້ຖືກ 1000 ກີບ ໄດ້ຮັບເງິນສົດ 500,000 ກີບ.
  • ເລກ 4 ໂຕ ຊື້ຖືກ 1000 ກີບ ໄດ້ຮັບເງິນສົດ 6,000,000 ກີບ.
  • ເລກ 5 ໂຕ ຊື້ຖືກ 1000 ກີບ ໄດ້ຮັບເງິນສົດ 40,000,000 ກີບ.
  • ເລກ 6 ໂຕ ຊື້ຖືກ 1000 ກີບ ໄດ້ຮັບເງິນສົດ 400,000,000 ກີບ.

ໝາຍເຫດ

ກໍານົດຈ່າຍລາງວັນ 10 ວັນ.ນັບແຕ່ມື້ອອກລາງວັນເປັນຕົ້ນໄປ.
ຖ້າກາຍຖືວ່າສະລະສິດ.ໃບຫວຍທີ່ຖືກລາງວັນຕອ້ງຢູ່ໃນສະພາບເດີມ.
ຕອ້ງບໍ່ມີຮອຍລືບ. ຂີດຂ້າ,ຈີ່ງສາມາດຮັບເອົາລາງວັນໄດ້.
Image
Image

Video

Promotions