Select your language

ຫວຍ 12ລາສີ

Image
ໃນປັດຈຸບັນມີຫວຍຕ່າງປະເທດ ທີ່ອອກທຸກມື້ແລ້ວມາລັກຂາຍພາຍໃນ ສປປ ລາວ ເຊິ່ງເປັນຫວຍເຖື່ອນ ໂດຍທາງພາກລັດທະບານ ບໍ່ໄດ້ຮັບຜົນປະໂຫຍດຫຍັງ, ຖ້າເຮົາອອກຫວຍເພີ່ມອີກ 2 ມື້ຄື ວັນ ອັງຄານ ແລະ ວັນ ພະຫັດ ກໍ່ຈະເປັນການສະກັດກັ່ນຫວຍເຖື່ອນໃນໂຕ ໂດຍສະເພາະຖ້າເປັນຜະລິດຕະພັນໃຫມ່ ຫວຍເຖື່ອນຈະບໍ່ສາມາດລັກລອບຂາຍນຳ ເພາະເປັນຈຳນວນເກມທີ່ຫຼາຍ, ພ້ອມກັນນັ້ນ ກໍ່ຍັງເປັນການລວບລວມ ເງິນເຂົ້າສູ່ລະບົບ ແລະ ສ້າງລາຍໄດ້ໃຫ້ລັດຖະບານ ຢ່າງເຕັມເມັດເຕັມໜ່ວຍ ອີກປະການໜຶ່ງ ກໍ່ເປັນການກະຈາຍລາຍໄດ້ສູ່ຊຸມຊົນ ກໍ່ຄືການສ້າງວຽກເຮັດງານທຳ ແລະ ເຮັດໃຫ້ການຂາຍຫວຍເປັນອາຊີບຫຼັກ ໃຫ້ແກ່ ປະຊາຊົນ.

ເປົ້າຫມາຍ.

ເພື່ອສ້າງລາຍໄດ້ເຂົ້າງົບປະມານຂອງລັດຢ່າງ ເຕັມເມັດເຕັມຫນ່ວຍ, ສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ປະຊາຊົນມີວຽກເຮັດງານທໍາ ທັງຫຼຸດຜ່ອນການພະນັນຕ່າງໆທີ່ບໍ່ຖືກກົດຫມາຍ ໂດຍສະເພາະຫວຍເຖື່ອນທີ່ບໍ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດ.

ຈຸດປະສົງຂອງໂຄງການ.

  • ເພື່ອລົບລ້າງຫວຍເຖື່ອນ.
  • ເພື່ອສ້າງລາຍໄດ້ງົບປະມານເຂົ້າລັດ.
  • ເພື່ອສ້າງວຽກເຮັດງານທໍາໃຫ້ພໍ່ແມ່ປະຊາຊົນ ບັນດາເຜົ່າ.
  • ເພື່ອເຮັດໃຫ້ເສດຖະກິດມີຄວາມເຂັ້ມແຂງ.
  • ເພື່ອຫຼຸດຜ່ອນປະກົດການຫຍໍ້ທໍ້ໃນສັງຄົມລາວ.
  • ເພື່ອສ້າງຜະລິດຕະພັນໃໝ່.
Image

ຄວາມເປັນມາຫວຍ 12 ລາສີ.

ຕຳນານ 12 ລາສີ ເປັນຕຳນານທີ່ກ່າວຂານກັນມາ ຕັ້ງແຕ່ບູຮານນະການ ເພື່ອໃຫ້ຈື່ຈຳວ່າໂຕເອງເກີດໃນປີໃດ ເພາະສະໄໝບູຮານ ບໍ່ມີຕົວເລກ ແລະ ໜັງສື ສ່ວນຫຼາຍຈະຖືກຄົ້ນພົບໃນເຂດອາຊີ ຊຶ່ງເອີ້ນຕໍ່ໄປນີ້ວ່າ: 12 ລາສີ.
ເຊິ່ງຄົນເອເຊຍ ໂດຍສະເພາະຄົນຈີນ, ຄົນອາຊຽນ ແລະ ຄົນລາວ ກໍ່ຈະຖືເອົາປີເກີດເປັນສຳຄັນ ໃນການເບິ່ງດວງຊະຕາ ເພາະການເບິ່ງດວງສ່ວນຫຼາຍແມ່ນ ຈະເນັ້ນຕາມປີເກີດ ສະນັ້ນ, ຈຶ່ງເກີດເປັນຄວາມຄິດ ທີ່ຢາກເອົາດວງສະຕາດັ່ງກ່າວ ມາເປັນການຊິງໂຊກຊິງລາງວັນ ເພາະມີຄວາມເຊື່ອວ່າ ປະຊາຊົນລາວ ໄດ້ມີຄວາມຜູກພັນໃນ 12 ລາສີນີ້ ເປັນເວລາຍາວນານ.
ດັ່ງນັ້ນ, ຈຶ່ງໄດ້ກໍ່ເກີດໃຫ້ເປັນຫວຍ 12 ສາລີ ເຊິ່ງມີລາຍລະອຽດ ໃນການຊິງໂຊກຊິງລາງວັນດັ່ງຕໍ່ໄປນີ້:

12 ລາສີ ໃນອາຊີເຮົາມີ 3 ຮູບແບບຄື:

ແບບລາວ ແລະ ໄທ ຈະໄລ່ຕາມປີໃຫມ່ລາວ-ໄທ ເລີ່ມນັບຕັ້ງແຕ່ເດືອນ ເມສາ ແບບຈີນແມ່ນຈະໄລ່ຕາມປີໃຫມ່ຈີນ ຫຼື ກຸດຈີນ ເລີ່ມນັບຕັ້ງແຕ່ເດືອນ ກຸມພາ ແບບຫວຽດຈະໄລ່ຕາມປີໃຫມ່ຫວຽດນາມ ເລີ່ມນັບຕັ້ງ ແຕ່ເດືອນ ກຸມພາ  (ແຕ່ຫວຽດຈະບໍ່ມີປີກະຕ່າຍຈະເອີ້ນວ່າປີແມວແທນ)
ສະນັ້ນ, ຜູ້ທີ່ຈະເລືອກເຊື່ອຖືແບບປະເພນີໃດນັ້ນ ກໍ່ໃຫ້ໃຊ້ວິຈາລະນະຍານດ້ວຍຕົວເອງ ຫຼື ຍຶດຖືເຊື້ອຊາດຂອງຕົນ ແລະ ຕາມຄວາມເຊື່ອຖືແຕ່ລະບຸກຄົນ
ດັ່ງນັ້ນ, ຈຶ່ງອິງຕາມຕຳລາທີ່ມີມາເປັນ 1,000 ປີ ມາເປັນຜະລິດຕະພັນ ຫວຍ12 ລາສີ ສຳລັບຜູ້ທີ່ມັກສ່ຽງໂຊກຊິງລາງວັນ

Image
Image

ແບບຕຳລາໃນການເບິ່ງດວງ ຂອງໂຫນລາສາດ

ໝາຍມີ: 01 ປີຊວດ ຫຼື ປີໜູ, 02 ປີສະລູ ຫຼື ປີງົວ, 03 ປີຂານ ຫຼື ປີເສືອ, 04 ປີເຖາະ ຫຼື ປີກະຕ່າຍ, 05 ປີມະໂລງ ຫຼື ປີນາກ, 06 ປີມະເສັງ ຫຼື ປີ ງູ, 07 ປີມະເມຍ ຫຼື ປີມ້າ, 08 ປີມະແມ ຫຼື ປີແບ້, 09 ປີວອກ ຫຼື ປີລີງ, 10 ປີລະກາ ຫຼື ປີໄກ່, 11 ປີຈໍ ຫຼື ປີໝາ, 12 ປີກຸນ ຫຼື ປີໝູ ເຊິ່ງກໍານົດ 12 ສັດ ເທົ່າກັບ 12 ປີ ຈະເທົ່າກັບ 1 ຮອບ.

ຮູບແບບການສ່ຽງໂຊກ ຫວຍ 12 ລາສີ

ແມ່ນຈະມີ 6 ໜ່ວຍຕຸ້ມ ແຕ່ລະໜ່ວຍຕຸ້ມມີ 12 ລາສີ ແລະ 1 ໜ່ວຍຕຸ້ມພິເສດ ຈະມີເລກໃຫ້ເລືອກ 5 ໂຕເລກ ມີຕັ້ງແຕ່ 1 ຫາ 5 ລວມທັງໝົດ ເປັນ 7 ໜ່ວຍຕຸ້ມໃນການສ່ຽງໂຊກແມ່ນໃຫ້ເລືອກ 1 ລາສີ ຈາກທັງໝົດ 12 ລາສີ/1ໜ່ວຍຕຸ້ມ ເລືອກຈົນຄົບຈຳນວນທີ່ຕ້ອງການສ່ຽງເຊັ່ນ: ເລກ 1 ລາສີ, ເລກ 2 ລາສີໄປຈົນຮອດ ເລກ 6 ລາສີ (ເລືອກລາສີຊ້ຳໄດ້ໃນແຕ່ລະໜ່ວຍຕຸ້ມ)
Image
Image

ຊ່ອງທາງການຈຳໜ່າຍ


1.ຈຳໜ່າຍຜ່ານເຄື່ອງຂາຍຫວຍ

ແມ່ນ ການຊື້ຫວຍຜ່ານຜູ້ຈຳໜ່າຍຫວຍທົ່ວໄປ ທີ່ນັ່ງຂາຍຕາມສະຖານທີ່ຕ່າງໆ ເມື່ອຊື້ແລ້ວຜູ້ຊື້ຈະໄດ້ຮັບບິນຫວຍຈາກຜູ້ຂາຍທັນທີ ແລະ ເມື່ອຖືກລາງວັນກໍ່ສາມາດນຳເອົາບິນທີ່ໄດ້ຈາກການຊື້ຫວຍມາຂຶ້ນເງິນລາງວັນກັບຕົວແທນຈຳໜ່າຍ ຫຼື ເອີ້ນອີກຢ່າງໜຶ່ງວ່າຫົວໜ້າໜ່ວຍຕາມສະຖານທີ່ໃກ້ບ້ານທ່ານ ຫຼື ໃນຂອບເຂດທົ່ວປະເທດໄດ້ເລີຍ.

2. ຈຳໜ່າຍຫວຍຜ່ານ Application

ເປັນບໍລິການຊື້ຫວຍພັດທະນາລາວ ໃນຮູບແບບອອນລາຍສຳລັບຜູ້ໃຊ້ແອັບ ໂດຍບໍ່ຕ້ອງຊື້ຫວຍຜ່ານຄົນຂາຍ ສາມາດຊື້ເອງໄດ້ເລີຍແລ້ວຊຳລະເງິນຜ່ານລະບົບ ດ້ວຍບັນຊີທະນາຄານ ແລະ ເມື່ອຖືກລາງວັນລະບົບກໍ່ຈະໂອນເງິນລາງວັນເຂົ້າບັນຊີທີ່ໃຊ້ຊຳລະແບບອັດຕະໂນມັດ
Image

3 ຈຳໜ່າຍຫວຍຜ່ານຕູ້ເຕີມເງິນ

ຂັ້ນຕອນການຊື້ຫວຍ
Image

ວິທີຊື້ຫວຍ 12 ລາສີ

ພຽງແຕ່ລູກຄ້າເລືອກລາສີໃຫ້ຄົບຕາມທີ່ຕ້ອງການສ່ຽງບໍ່ວ່າຈະເປັນເລກ 1 ລາສີ ໄປຈົນຮອດ 6 ລາສີ
ຕົວຢ່າງ ເລກ 6 ລາສີ ທີ່ລູກຄ້າເລືອກຊື້ 1 ລາຍການສ່ຽງ ລາຄາ 1,000 ກີບ ຈາກນັ້ນລໍຖ້າການອອກລາງວັນຈາກຫວຍພັດທະນາ ປະຈຳງວດທີ່ລູກຄ້າຊື້ ການອອກລາງວັນແມ່ນເລີ່ມຕັ້ງແຕ່ ເວລາ 20:00 ໂມງ ເປັນຕົ້ນໄປ

Image

ວິທີຖືກລາງວັນ ແລະ ເງິນລາງວັນ

Image

ເລກເພີ່ມໂຊກ

ເລກເພີ່ມໂຊກແມ່ນສະເພາະຜູ້ທີ່ຊື້ເລກ 6 ລາສີເທົ່ານັ້ນຈຶ່ງຈະມີສິດໄດ້ ໂດຍລະບົບຈະສຸ່ມອັດຕະໂນມັດ 1 ໂຕ/1,000 ກີບ ແລະ ຖ້າຫາກວ່າຖືກລາງວັນເລກ 6 ໂຕ ພ້ອມກັບເລກເພີ່ມໂຊກ,ຈະໄດ້ຮັບເງິນລາງວັນເພີ່ມ 100,000,000 ກີບ,ຖ້າບໍ່ມີຄົນຖືກ. ລາງວັນກໍ່ຈະສະສົມໄປງວດລະ100,000,000 ກີບ ຈະສະສົມໄປເຖິງ1,000,000,000 ກີບ ຈົນກວ່າຈະມີຄົນຖືກ ແລ້ວຈຶ່ງກັບມາເລີ່ມໃໝ່ທີ່ 100,000,000 ກີບ


ຮູບພາບປະກອບ ວົງລໍ້ ອອກເລກລາງວັນ

ການອອກເລກລາງວັນແມ່ນ ຈະຢຸດການຈຳໜ່າຍໃນເວລາ 8:00 ໂມງ ແລະ ອອກເລກລາງວັນແມ່ນ ເວລາ 8:30 ໂມງ
Image

Promotions