Select your language

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈຳກັດ (ອິນຊີ ເງິນຕິດປີກບິນ)

Image

ປະຫວັດຄວາມເປັນມາ

ສະຖາບັນການເງິນຈຸລະພາກທີບໍ່ຮັບເງິນຝາກ ອິນຊີຈຳກັດ (ອິນຊີເງິນຕິດປີກບິນ) ເປັນສະຖາບັນການເງິນທີ່ຢູ່ພາຍໃຕ້ ອິນຊີ ກຣຸບ ໄດ້ສ້າງຕັ້ງຂຶ້ນໃນວັນທີ 15 ພະຈິກ 2021 ດ້ວຍທຶນຈົດທະບຽນ 10,000,000,000 ກີບ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ຟື້ນຟູເສດຖະກິດສັງຄົມໃນຊ່ວງການລະບາດຂອງພະຍາດໂຄວິດ 19 ໂດຍອີງຕາມນະໂຍບາຍການສົ່ງເສີມການລົງທຶນຂອງສະຖາບັນການເງິນຈຸລາພາກເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຊຸມຊົນຜູ້ທີ່ບໍ່ສາມາດເຂົ້າເຖິງທະນາຄານໄດ້.
Image

ທ່ານຮູ້ບໍ່ວ່າ ການກູ້ເງິນໃນລະບົບມີຂໍ້ດີແນວໃດ?

#ຜູ້ໃຫ້ກູ້: ທະນາຄານ ຫຼື ສະຖາບັນການເງິນພາຍໃຕ້ການຊີ້ນໍາຂອງທະນາຄານແຫ່ງ ສປປ ລາວ
#ກົດໝາຍວ່າດ້ວຍການຄຸ້ມຄອງ: ມີກົດໝາຍປົກປ້ອງ
#ອັດຕາດອກເບ້ຍ ແລະຄ່າທໍານຽມຕ່າງໆ: ມີການແຈ້ງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆຢ່າງຈະແຈ້ງ ແລະ ຕໍ່າກວ່າ
#ຄວາມຫຍຸ້ງຍາກໃນການກູ້ຢືມ: ຖ້າມີຫຼັກຊັບຄ້ຳປະກັນ ຫຼື ມີເຄຼດິດທາງດ້ານການເງິນທີ່ດີ ມັນກໍ່ຈະງ່າຍຂຶ້ນທີ່ຈະໄດ້ຮັບເງິນກູ້. ຢ່າງໃດກໍຕາມ, ຖ້າບໍ່ມີເຄຼດິດທາງດ້ານການເງິນເລີຍ ອາດຈະບໍ່ສາມາດກູ້ຢືມເງິນໄດ້ ແລະ ຕ້ອງກະກຽມເອກະສານປະກອບການກູ້ຢືມຕາມທີ່ສະຖາບັນການເງິນກຳນົດ ອັນນີ້ອາດຈະໃຊ້ເວລາດົນກວ່າໃນການອະນຸມັດເງິນກູ້
#ຄວາມປອດໄພຂອງຂໍ້ມູນລູກຄ້າ: ຂໍ້​ມູນ​ຂອງ​ລູກ​ຄ້າ​ໄດ້​ຖືກ​ເກັບ​ຮັກ​ສາ​ໄວ້​ເປັນ​ຄວາມ​ລັບ​ຕາມ​ທີ່​ກໍາ​ນົດ​ໄວ້​ໃນ​ກົດ​ຫມາຍ​
#ເງື່ອນໄຂສັນຍາ: ມີສັນຍາທີ່ຊັດເຈນ ແລະຍຸຕິທໍາ ມີການກໍານົດອັດຕາດອກເບ້ຍ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ຊັດເຈນໃນເວລາທີ່ຊໍາລະຫນີ້ສິນ, ສະຖາບັນການເງິນຍັງໄດ້ອອກຫຼັກຖານທີ່ຈະແຈ້ງກ່ຽວກັບການຊໍາລະໃຫ້ລູກໜີ້ເປັນຫຼັກຖານ
ເຫັນໄດ້ວ່າ ຖ້າຈຳເປັນຕ້ອງກູ້ຢືມເງິນ, ການກູ້ເງິນໃນລະບົບຈະເຮັດໃຫ້ເຮົາໄດ້ຮັບຄວາມຍຸຕິທຳ ແລະ ມີຊັດເຈນ ເພາະມີກົດໝາຍຄຸ້ມຄອງ
ນອກຈາກນັ້ນ, ທ່ານຈະໄດ້ຮັບອັດຕາດອກເບ້ຍຕ່ໍາໃນການກູ້ຢືມເງິນຂອງທ່ານ ແລະ ປອດໄພ (ທັງຊີວິດແລະຊັບສິນ) ກ່ວາການກູ້ຢືມເງິນນອກລະບົບ
ຢ່າງໃດກໍຕາມ, ຖ້າຫາກວ່າທ່ານບັງເອີນກາຍເປັນຫນີ້ສິນນອກລະບົບ ໃຫ້ພິຈາລະນາການປັບໂຄງສ້າງຫນີ້ສິນ ເພື່ອເຂົ້າມາຢູ່ລະບົບຈະດີກວ່າ.

ມາໃຫ້ທຸກຄົນໄດ້ທວາຍຫຼິ້ນນຳກັນ

ຈອກໃດເຫຼືອນ້ຳຫຼາຍກວ່າກັນ ???
📌ພຽງແຕ່ເຮັດຕາມກະຕິກາເພື່ອລຸ້ນຮັບບັດຕື່ມເງິນຈຳນວນ 5ລາງວັນ:
1. ກົດຕິດຕາມເພຈ, ໄລຄ໌ ແລະ ແຊຣ໌ໂພສນີ້ໃຫ້ເປັນສາທາລະນະ
2. ແຄັບໜ້າຈໍແລ້ວໂພສລົງກ້ອງຄອມເມັ້ນ ພ້ອມດ້ວຍຄໍາຕອບ
3. ແທັກໝູ່ 5 ຄົນ
ປະກາດຜູ້ໂຊກດີໃນວັນທີ 15/12/2023 ນີ້!!!
Image
Image

12.12 ອິນຊີເງິນຕິດປີກບິນແຈກໂຊກ

 ມາພົບກັບ ຕີ້ ແລະ ຕິກ Live ແຈກຂອງລາງວັນແບບຈັດໜັກຈັດເຕັມໄປເລີຍ❤️🕊
📍 Live ວັນທີ 12/12/2023 ເວລາ 14:30
📌ພຽງແຕ່ເຮັດຕາມກະຕິກາເພື່ອລຸ້ນຮັບໝໍ້ຫຸງເຂົ້າ ແລະ ບັດຕື່ມເງິນຈຳນວນ 10ລາງວັນ:
1. ຮ່ວມຫຼີ້ນກິດຈະກຳຕອບຄຳຖາມໃຫ້ຖືກຕ້ອງ
2. ກົດຕິດຕາມເພຈ, ໄລຄ໌ ແລະ ແຊຣ໌ໂພສໃຫ້ເປັນສາທາລະນະ
ມາຮ່ວມຫຼິ້ນກິດຈະກຳນຳກັນຫຼາຍໆເດີ 🥳🥳
Image