Select your language

ກຸ່ມບໍລິສັດ ອິນຊີ

ຄວາມພືງພໍໃຈ ຂອງລູກຄ້າເປັນສຳຄັນ

ຈຸດເລີ່ມຕົ້ນໃນການກໍ່ຕັ້ງທຸລະກິດໃນ ປີ 2001 ອິນຊີກຣຸປ ມີຄວາມຕັ້ງໃຈໃນການດຳເນີນທຸລະກິດ ຄວບຄູ່ກັບການເສີມສ້າງຄວາມຈະເລີນກ້າວໜ້າແລະພັດທະນາຢ່າງຍັງຍືນໄປພ້ອມກັນພາຍໃຕ້ການບໍລິຫານງານ ທີ່ເຂັ້ມແຂງຈາກກຸ່ມທຸລະກິດໃນເຄືອ ທີ່ຕອບສະໜອງທຸກຄວາມຕ້ອງການຂອງຕະຫຼາດໄດ້ຢ່າງຄົບວົງຈອນ

ວິໃສທັດ

ວິໃສທັດ

ບໍລິສັດຊັ້ນນຳທີ່ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ແລະ ເປົ້າໝາຍຂອງຄູ່ຄ້າທາງທຸລະກິດ ພ້ອມພັດທະນາປັບປຸງທາງດ້ານຜະລິດຕະພັນ ແລະ ບໍລິການເພື່ອໃຫ້ລູກຄ້າເກີດຄວາມພືງພໍໃຈສູງສຸດ

ພາລະກິດ

  1. ສ້າງມາດຕະຖານ ແລະ ຄວາມໄວ້ວາງໃຈໃນລະດັບສູງໃຫ້ແກ່ລູກຄ້າ ແລະ ຄູ່ຄ້າທາງທຸລະກິດພາຍໃນ ສ.ປ.ປ ລາວ, ປະເທດໄທ ແລະ ປະເທດອື່ນໆ ທີ່ຕ້ອງການຮ່ວມທຸລະກິດພາຍໃນ ສ.ປ.ປ ລາວ.
  2. ນຳສະເໜີສິນຄ້າ ແລະ ບໍລິການທີ່ຕອບໂຈດ lifestyle ຂອງລູກຄ້າໃນທຸກດ້ານ.
  3. ສ້າງເຄືອຄ່າຍພື້ນຖານໃນການດຳເນີນທຸລະກິດເພື່ອຈັດຫາຜະລິດຕະພັນ ແລະ ບໍລິການໃນອານາຄົດທີ່ຕອບສະໜອງ lifestyle ຂອງລູກຄ້າ .
  4. ນຳສະເໜີຜະລິດຕະພັນ ແລະ ບໍລິການທີ່ມີຄຸນນະພາບ, ໜ້າເຊື່ອຖື ແລະ ໄວ້ວາງໃຈໄດ້ເພື່ອໃຫ້ກົງກັບ lifestyle ຂອງລູກຄ້າ.
  5. ຝືກອົບຮົມບຸກຄະລາກອນໃຫ້ມີມາດຕະຖານສູງຢ່າງຕໍ່ເນື່ອງໂດຍໃຫ້ມີຄວາມຮັບຜິດຊອບ, ຄວາມກະຕືລືລົ້ນ ແລະ ມີໃຈຮັກໃນວຽກບໍລິການ, ໃນໜ້າທີ່ຂອງຕົນເພື່ອຜົນປະໂຫຍດສູງສຸດທັງລູກຄ້າ ແລະ ຄູ່ຄ້າທາງທຸລະກິດ.
  6. ສືກສາ ແລະ ນຳເທັກໂນໂລຊີທີ່ທັນສະໄໝມາໃຊ້ໃນການດຳເນີນທຸລະກິດ Insee Group ເພື່ອເປັນຜູ້ນຳໃນດ້ານນີ້ ແລະ ນຳສະເໜີຜະລິດຕະພັນ ແລະ ບໍລິການທີ່ກົງກັບ lifestyle ຂອງລູກຄ້າໄດ້ຢ່າງສົມບູນ .
Image

ສິນເຊື່ອພະນັກງານລັດຖະກອນ

ສິນເຊື່ອປະເພດນີ້ແມ່ນສໍາລັບພະນັກງານລັດຖະກອນ ແລະ ລັດວິສາຫະກິດເຊັ່ນ: ທະຫານ, ຕໍາຫຼວດ ແລະ ອື່ນໆ.

  • ວົງເງິນກູ້ຢືມ: ເລີ່ມຕົ້ນ 10,000,000 ກີບ ຫາ 50,000,000 ກີບ
  • ອັດຕາດອກເບ້ຍ: 2,59% ຕໍ່ເດຶອນ
  • ໄລຍະເວລາຂອງການກູ້ຢືມ: ເລີ່ມແຕ່ 6 ຫາ 48 ເດືອນ
  • ຫຼັກຊັບຄໍ້າປະກັນ: ບໍ່ມີ
  • ການປະກອບເອກະສານ.

ເອກະສານ ເບື້ອງຕົ້ນ:

  • ສຳມະໂນຄົວຂອງຜູ້ກູ້ ແລະ ຜູ້ກູ້ຮ່ວມ (ຜູ້ກູ້ຮ່ວມແມ່ນເມຍ ຫຼື ຜົວ) ສະເພາະນະຄອນຫຼວງວຽງຈັນ
  • ບັດປະຈຳຕົວຂອງຜູ້ກູ້ ແລະ ຜູ້ກູ້ຮ່ວມ (ຜູ້ກູ້ຮ່ວມແມ່ນເມຍ ຫຼື ຜົວ)
  • ໃບຢັ້ງຢືນພະນັກງານພ້ອມລະບຸເງິນເດືອນ
  • ໃບຢັ້ງຢືນທີ່ຢູ່ (ສະເພາະຜູ້ກູ້)
  • ສະເຕດເມັ້ນ 6 ເດືອນຍ້ອນຫຼັງ
  • ຕຳແໜ່ງທີ່ຢູ່ປະຈຸບັນພ້ອມຮູບເຮືອນ.

ຮູບແບບການຊຳລະ:

  • ຊໍາລະດອກເບ້ຍພ້ອມຕົ້ນທຶນ ທຸກໆເດືອນອິງຕາມຄ່າງວດຊຳລະ, ລູກຄ້າສາມາດປິດກ່ອນກຳນົດໄດ້ບໍ່ເສຍຄ່າທຳນຽມ.

ວິທີການຊຳລະ:

  • ຊຳລະເປັນເງິນສົດໜ້າເຄົ້າເຕີ້
  • ຊຳລະຜ່ານບັນຊີທະນາຄານ.

ຄ່າທຳນຽມ:

  • ວົງເງິນກູ້ 10,000,000 ກີບ ຫາ 16,000,000 ກີບ ເກັບຄ່າທຳນຽມ 500,000ກີບ
  • ວົງເງິນກູ້ 17,000,000 ກີບ ຫາ 50,000,000 ກີບ ເກັບຄ່າທຳນຽມ 3% ຂອງວົງເງິນກູ້ຢືມ
  • ຄ່າກວດຂໍ້ມູນ ສິນເຊື່ອ (CIB) 20,000 ກີບ/ຄົນ.

ທຸລະກິດ ແລະ ການບໍລິການ

ສ້າງຕັ້ງ 2001.

ກຸ່ມບໍລິສັດ ອິນຊີ

ເຮົາຄືກຸ່ມບໍລິສັດຊັ້ນນຳທີ່ມີປະສົບການໃນການເຮັດທຸລະກິດມາຍາວນານຫລາຍກວ່າ 20 ປີພາຍໃຕ້ ການບໍລິຫານທີ່ໃຫ້ຄວາມສຳຄັນກັບຮາກຖານທີ່ມີມາດຕະຖານ ແລະ ການບໍລິການລູກຄ້າ ເຮັດໃຫ້ອິນຊີກຼຸບເປັນໜຶ່ງໃນບໍລິສັດຊັ້ນນຳໃນ ສປປ ລາວ ທີ່ເຕີບໂຕ ແລະ ຂະຫຍາຍຕົວເລື້ອຍໆ

ລູກຄ້າ ທີ່ໃຊ້ບໍລິການ ແລະ ບໍລິສັດຄູ່ຄ້າ ຂອງ ກຸ່ມບໍລິສັດ ອິນຊີ