Select your language

ບໍລິສັດ ອິນຊີ ກຣຸບ ຈໍາກັດ ຮ່ວມບໍລິຈາກເລືອດ ພາຍໃຕ້ໂຄງການ "ໃຫ້ເລືອດ ຕໍ່ຊິວິດ"

ບໍລິສັດ ອິນຊີ ກຣຸບ ຈໍາກັດ ຮ່ວມບໍລິຈາກເລືອດ ພາຍໃຕ້ໂຄງການ "ໃຫ້ເລືອດ ຕໍ່ຊິວິດ" ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ທະນາຄານແຫ່ງ ສປປລາວ ຄົບຮອບ 55 ປີ ຢ່າງສຸດໃຈ

ໃນຕອນເຊົ້າຂອງວັນທີ 22 ກັນຍາ 2023 ທີ່ ອິນຊີ ຣີຊິເດັນ, ບໍລິສັດ ອິນຊີ ກຣຸບ ຈໍາກັດ ພ້ອມດ້ວຍບໍລິສັດໃນເຄື່ອເຊັ່ນ: ບໍລິສັດ ອິນຊີ ເທຣດດິ້ງ, ອິນຊີປະກັນຊິວິດ, ອິນຊີຮັບ ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈໍາກັດ ໄດ້ຮ່ວມບໍລິຈາກເລືອດໃຫ້ກັບ ອົງການກາແດງແຫ່ງຊາດລາວ ເພື່ອຊ່ວຍເຫຼືອຄົນເຈັບທີ່ຂາດເລືອດຕາມໂຮງໝໍຕ່າງໆທົ່ວປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາສິງ ມະນີວົງ ຮອງຜູ້ອໍານວຍການ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈໍາກັດ ພ້ອມດ້ວຍຄະນະແພດໝໍ ອົງການກາແດງແຫ່ງຊາດລາວ ແລະ ບັນດາພະນັກງານ ອິນຊີ ກຣຸບ ຈໍາກັດ ທີ່ເຂົ້າຮ່ວມໃນຄັ້ງນີ້